#ປະຫວັດພະທາດອີງຮັງ ພະທາດອີງຮັງ ສ້າງຂື້ນໃນປີ ພສ 400 ໃນສະໄໝອານາຈັກສີໂຄດຕະບູນຮຸ່ງເຮືອງອຳນາດໂດຍພະເຈົ້າສຸມິດຕະທຳວົງສາ ເປັນຜູ້ນຳພາສ້າງ ສ້າງຂື້ນຕາມຄຳແນະນຳຂອງທູດສະໄໝພະເຈົ້່າໂສກມະຫາຣາດ ທີ່ເດີນທາງເຂົ້າມາເຜີຍແຜ່ພຸດທະສາດສະໜາໃນສຸວັນນະພູມຄັ້ງແລກໄດ້ສ້າງເປັນພະທາດຄູ່ ເມື່ອສ້າງສຳເລັດແລ້ວຈື່ງໄດ້ອັງເຊີນພະບູລົມສາລີຄະທາດ ກະດູກສັນຫລັງຂອງພະພຸດທະເຈົ້າມາປະດິດສະຖານໄວ້ໃນພະທາດເພື່ອເປັນເຄື່ອງໝາຍແທນສະຖານທີ່ປະນິພານທີ່ອົງສຳມາສຳພຸດທະເຈົ້າສະເດັດປະນິພານໃນປ່າຮັງ ຕຳນານອຸລັງຄະທາດກ່າວວ່າ: ສະໄໝພຸດທະການອົງພະສຳມາສຳພຸດທະເຈົ້າໄດ້ສະເດັດເປີດໂລກແລະຮັບອາລາທະນາມາສັນຕະຫານ(ມາສັນເພນ)ທີ່ບໍລິເວນີ້ຈາກນັ້ນພະເຈົ້າສຸມິດຕະທຳວົງສາ ກະສັດຜູ້ປົກຄອງອານາຈັກສີໂຄດຕະບອງໄດ້ສ້າງພະທາດອົງນີ້ຂື້ນພ້ອມໃສ່ຊື່ວ່າພະທາດອີງຮັງ.ເມື່ອເຖີງສັດຕະວັດທີ9ອານາຈັກສີໂຄດຕະບອງເລີ້ມອ່ອນແອລົງ ຊົນຊາດຂອມໄດ້ຮຸກເຂົ້າມາມີອຳນາດແທນພະທາດອີງຮັງຈື່ງຖືກດັດແປງເປັນເທວະສະຖານຂອງສາດສະໜາພາມ.ພາຍໃຕ້ການນຳຂອງພະເຈົ້າສຸມົນທາທິຣາດຣາຊາແລະໄດ້ມີການຕໍ່ສ້າງເຕີມແຕ່ງພະທາດຕົບແຕ່ງລວດລາຍປະຕິມະກຳເປັນເລື່ອງເມຖຸນສັງວານແລະຣາມາຍະ ນັບແຕ່ນັ້ນມາລັກສະນະສິນລະປະກຳຂອງພະທາດອີງຮັງຈື່ງເປັນສິນລະປະແບບຂອມໂບຮານພ້ອມເອີ້ນຊື່ວ່າອິນທະປາສາດ.ມາຮອດສັດຕະວັດທີ14ຊົນຊາດລາວໄດ້ເຂົ້າມາມີບົດບາດແທນຂອມຂອງສະໄໝພະເຈົ້າໂພທິສາຣາດກະສັດອານາຈັກລ້ານຊ້າງເຊີ່ງມີຄວາມເຫລື້ອມໃສໃນພຸດທະສາດສະໜາຈື່ງໄດ້ນຳພາພຸດທະນິກກະຊົນບູລະນະປະຕິສັງຂອນພະທາດອີງຮັງຄືນໃໝ່.ຈົນເຖີງສະໄໝພະເຈົ້າໄຊຍະເສດຖາທິຣາດກໍ່ໄດ້ກໍ່ເຕີມຕົບແຕ່ງສິນລະປະລ້ານຊ້າງເຂົ້າໄປໃນອົງພະທາດອີງຮັງແລະໄດ້ເສີມຍອດພະທາດດັດແປງໃຫ້ເປັນພະທາດທາງພຸດທະສາດສະໜາໂດຍຖານພະທາດແຕ່ລະດ້ານກ້ວາງ9ແມັດສູງ25ແມັດປະກົດມາຮອດມາເຖີງປະຈຸບັນ.ຕົກມາຮອດສັດຕະວັດທີ19 ພສ 1892 ພະຍາເຈົ້າຟ້າງຸ່ມແຫລ່ງຫລ້າທໍລະນີ ມີພະລາດຊະອຳນາດເໜືອແຜ່ນດິນລາວທັງໝົດ ໄດ້ລອບລວມທ້ອນໂຮມອານາຈັກລ້ານຊ້າງເຂົ້າເປັນອັນດຽວແລະໄດ້ຍ້າຍອານາຈັກລ້ານຊ້າງຈາກຫລວງພະບາງມາຢູ່ອານາຈັກລ້ານຊ້າງວຽງຈັນໃນປີພສ 2103 ພ້ອມທັງບູລະນະຮັກສາພະທາດອີງຮັງ ແລະບໍ່ໃຫ້ຂາດລາດປະເພນີ. ຕົກມາຮອດ ພສ 2372 ອານາຈັກລ້ານຊ້າງຖືກທຳລາຍຈາກກອງທັບສະຫຍາມ(ໄທຍ)ເຮັດໃຫ້ພະທາດອີງຮັງຂາດການດູແລຮັກສາ ມີພຽງແຕ່ປະຊາຊົນໃນບ້ານທີ່ຍັງເຄົາລົບນັບຖື. ມາຮອດ ພສ 2436 ຝຮັ່ງເສດໄດ້ເຂົ້າມາຄອບຄອງອານາຈັກລາວຝັ່ງຊ້າຍແມ່ນ້ຳຂອງ (ປະເທດລາວ)ແຮງເຮັດໃຫ້ພະທາດອີງຮັງຂາດການດູແລຮັກສາເພີ້ມ ຕົ້ນໂພຕົ້ນໄມ້ເກາະຕິດອົງພະອົງທາດຈົນບໍ່ສາມາດເບິ່ງເຫັນພະທາດໄດ້ ຈົນມາຮອດ ພສ 2473 ສຳນັກງານບູຮານຄະດີວັດຖຸບູຮານຟຮັ່ງເສດຕັ້ງຢູ່ຫ່າໂນ້ຍປະເທດຫວຽດນາມໄດ້ເຂົ້າມາປະຕິສັງຂອນວັດຖຸບູຮານທົ່ວອານາຈັກລ້ານຊ້າງແລະໄດ້ບູລະນະອົງພະທາດອີງຮັງເລັກນ້ອຍແລະດັດແປງໃຫ້ມີລັກສະນະຄ້າຍຄືຈາກຮູບແບບເດີມ ສ່ວນບານປະຕູອົງພະທາດອີງຮັງທີ່ດັ່ງເດີມແມ່ນໄດ້ເກະອອກໄປໄວ້ຢູ່ຫໍພະແກ້ວ(ໃນນະຄອນຫລວງວຽງຈັນ)ແລະໄດ້ຈຳລອງຂື້ນມາທົດແທນໃສ່ໃໝ່ໃນ ພສ 2495 ບານປະຕູພະທາດອີງຮັງມີຄວາມສູງ 2.03ແມັດ ກ້ວາງ 1.60ເເມັດສ່ວນຍອດພະທາດແມ່ນເຮັດດ້ວຍທອງຄຳ ນ້ຳໜັກ ເກືອບເຄີ່ງກິໂລ ນອກຈາກນັ້ນປະຊາຊົນຍັງກ່າວຂານກັນມາວ່າ: ອົງພະສຳມາສຳພຸດທະເຈົ້າສະເດັດມາສະເຫວີຍສັນຕະຍາຫານທີ່ເຮັດຈາກຊີ້ນໝູແລະເກີດອາຫານເປັນພິດພະພຸດທະເຈົ້າຈື່ງແອ່ນພະວໍລະກາຍ(ແອນຫລັງ)ໃສອີງຕົ້ນຮັງເພື່ອຜ່ອນຄາຍທຸກເວດທະນາ ສ່ວນຕົ້ນຮັງທີ່ພະເຈົ້າອີງແມ່ນຢູ່ໃນໂກນພະທາດຂ້າງໃນພະທາດທຸກວັນນີ້ເຫລືອພຽງແຕ່ຕໍ ແລ້ວຈື່ງສ້າງພະທາດກວມເອົາໄວ້ ສະນັ້ນມາຮອດປະຈຸບັນ ຊາວບ້ານທາດອີງຮັງຫລືປະຊາຊົນແຖວນນັ້ນຈື່ງບໍ່ມີໃຜລ້ຽງໝູ ລວມທັງເປັດພ້ອມ ເຊື່ອຖືສືບຕໍ່ກັນມາ ຜິດພາດປະການໃດ ຂໍຕຳນິຕິເຕືອນ ຄັດຫຍໍ້ຈາກປະຫວັດສາດ...
Read moreI thought it was cool. A lot of people know it as a place where Buddha visited. The stupa was pretty, and obviously very old. The surrounding structures were pretty, and decorated in a vibrant Lao fashion. There are a bunch of ladies selling devotional flower offerings both outside and inside the temple grounds. There were also some people selling rope fish to be released into the river for luck. Women are able to pray and leave offerings around the outer perimeter of the stupa. But, take note that only men can enter the stupa/cross onto the stupa's foundation to pray or leave offerings. If you would like a blessing from a monk, you need to donate money. The amount is up to...
Read moreThat Ing Hang Stupa Location: Ban That Village, Savannakhet, Laos
That Ing Hang Stupa is an important place of worship not only for Laotian Buddhists but also for Thai Buddhists who live in northern Thailand. The 16th-century tower is about 9 metres tall and is believed to house one of Buddha’s bones.
That Ing Hang Stupa is about 13 km northeast of Savannakhet. You can get there by tuk tuk or by renting a motorbike from the town centre.
If you’re travelling from Thailand, you can cross the 1.6km-long Friendship Bridge...
Read more